ການບໍລິການທີ່ສະໜອງໃຫ້ທີ່ສູນການຈ້າງງານໃໝ່
ສູນການຈ້າງງານໃໝ່ເມືອງບອສຕັນສະເໜີໃຫ້ບໍລິການຫຼາຍຢ່າງແກ່ຜູ້ຊອກວຽກ, ລວມທັງການຊ່ວຍເຫຼືອທ່ານໃນການຂໍເອົາເງິນຊ່ວຍເຫຼືອການຫວ່າງງານ, ຊ່ວຍເຫຼືອທ່ານກ່ຽວກັບບັນຊີ UI ອອນລາຍຂອງທ່ານ ແລະຊ່ວຍເຊື່ອມຕໍ່ທ່ານກັບບໍລິການຊອກວຽກ.
ການຊ່ວຍເຫຼືອທ່ານໃນການຂໍເອົາເງິນຊ່ວຍເຫຼືອການຫວ່າງງານ
- ຍື່ນຂໍເອົາຄວາມຊ່ວຍເຫຼືອໃໝ່ ຫຼືເປີດການຮ້ອງຂໍເອົາຄວາມຊ່ວຍເຫຼືອໃໝ່
- ເຂົ້າມາເພື່ອສົ່ງເອກະສານທີ່ກ່ຽວຂ້ອງກັບການຂໍເອົາເງິນຊ່ວຍເຫຼືອຂອງທ່ານ. ທ່ານສາມາດສົ່ງເອກະສານທີ່ກ່ຽວຂ້ອງກັບການຂໍເອົາເງິນຊ່ວຍເຫຼືອ DUA ຫຼື PUA ຂອງທ່ານ
- ພິມເອກະສານເພື່ອຂໍເອົາເງິນຊ່ວຍເຫຼືອການຫວ່າງງານ
- ຢັ້ງຢືນການຊອກວຽກທຸກອາທິດຂອງທ່ານຫຼັງຈາກທີ່ທ່ານຍື່ນຂໍເອົາຄວາມຊ່ວຍເຫຼືອ.
- ຕອບແບບສອບຖາມຂອງທ່ານ
- ທຳຄວາມເຂົ້າໃຈກ່ຽວກັບເອກະສານທີ່ພວກເຮົາໄດ້ສົ່ງໃຫ້ ກ່ຽວກັບການຍື່ນຂໍເອົາເງິນຊ່ວຍເຫຼືອຂອງທ່ານ
- ທຳຄວາມເຂົ້າໃຈກ່ຽວກັບການຈ່າຍເງິນໃຫ້ເກີນທີ່ກ່ຽວຂ້ອງກັບການຂໍເອົາຄວາມເງິນເຫຼືອຂອງທ່ານ
ຊ່ວຍເຫຼືອທ່ານກ່ຽວກັບບັນຊີ UI ອອນລາຍຂອງທ່ານ
- ປ່ຽນລະຫັດຜ່ານຂອງທ່ານໃໝ່
- ປ່ຽນ PIN ຂອງທ່ານໃໝ່
- ອັບເດດຂໍ້ມູນສ່ວນຕົວຂອງທ່ານ. ພວກເຮົາສາມາດຊ່ວຍທ່ານປ່ຽນຂໍ້ມູນທະນາຄານແລະຂໍ້ມູນກ່ຽວກັບຄອບຄົວຂອງທ່ານ. ພວກເຮົາຍັງສາມາດຊ່ວຍທ່ານປ່ຽນອີເມລແລະທີ່ຢູ່ທາງໄປສະນີຂອງທ່ານໄດ້ເຊັ່ນກັນ.
ໂອກາດໃນການເຮັດອາຊີບໃໝ່ໆ
- ເຊື່ອມຕໍ່ກັບ MassHire services, ລົງທະບຽນກັບ. Career Center ແລະ register onMassHire JobQuest.
ບໍລິການຕ່າງໆທີ່ສູນການຈ້າງງານໃໝ່ບໍ່ສະເໜີໃຫ້
ສູນນີ້ບໍ່ໃຫ້ບໍລິການທີ່ກ່ຽວຂ້ອງກັບເລື່ອງຕ່າງໆຂ້າງລຸ່ມ. ກົດລິ້ງຂ້າງລຸ່ມເພື່ອຂໍຄວາມຊ່ວຍເຫຼືອເພີ່ມເຕີມ.
- ການນັດໝາຍການໄຕ່ສວນຄະດີ, ການຍື່ນຂໍອຸທອນ ຫຼືການສອບຖາມສະຖານະພາບຂອງການໄຕ່ສວນຄະດີ
- ໝາຍເຫດ: ທ່ານສາມາດຂໍຄວາມຊ່ວຍເຫຼືອດ້ານພາສາແລະການເຂົ້າເຖິງໄດ້ທີ່ສູນ
- ການທົບທວນຄືນ ຫຼືການດຳເນີນການແກ້ໄຂບັນຫາທີ່ຍັງຄ້າງຄາທີ່ເຮັດໃຫ້ມີການລະງັບການຈ່າຍເງິນ ເຊິ່ງຈຳເປັນຕ້ອງໄດ້ຮັບການຈັດການແກ້ໄຂບັນຫາໂດຍຜູ້ດຳເນີນການລະງັບຂໍ້ພິພາດທາງປົກຄອງຂອງ DUA ຫຼັງຈາກທີ່ທ່ານໄດ້ສົ່ງເອກະສານທັງໝົດຂອງທ່ານ
- ການຈ່າຍເງິນ UI/PUA ສ່ວນທີ່ເປັນເງິນທີ່ໄດ້ຈ່າຍໃຫ້ເກີນຄືນ
- ບໍລິການຄ່າລ້ຽງດູເດັກຂອງ DOR
- ບໍລິການສຳລັບນາຍຈ້າງ (ໃບຢັ້ງຢີນການປະຕິບັດຕາມ ຫຼືເງິນປະກອບສ່ວນການປະກັນການຫວ່າງງານ)
- ການລະງັບການຈ່າຍເງິນທີ່ກ່ຽວຂ້ອງກັບການຮ້ອງຂໍໃຫ້ຢັ້ງຢືນຕົວຕົນ
- ການລາຍງານການຍື່ນຂໍເອົາຄວາມຊ່ວຍເຫຼືອທີ່ເປັນການສໍ້ໂກງ ໂດຍການນຳໃຊ້ຂໍ້ມູນສ່ວນຕົວຂອງທ່ານ
- ການຢັ້ງຢືນດ້ານທີ່ຢູ່ອາໄສ
- ການຍື່ນຄຳຮ້ອງທຸກຕໍ່ຄະນະກຳມະການຕໍ່ຕ້ານການເລືອກປະຕິບັດຂອງລັດ
- ບໍລິການດ້ານປະກັນສັງຄົມ (ການຍື່ນເລື່ອງໃໝ່ ຫຼືການຮ້ອງຂໍເອົາບັດທົດແທນ)
ວະທີນັດໝາຍ
ເຂົ້າໄປທີ່ www.mass.gov/RECappointment ເພື່ອນັດໝາຍໃນການເຂົ້າໄປທີ່ສູນການຈ້າງງານໃໝ່ເມືອງບອສຕັນ.
ສູນແມ່ນເປີດວັນຈັນຫາວັນສຸກ ຕັ້ງແຕ່ 8:30 a.m. ເຖິງ 4:30 p.m. ເຂົ້າໄປທີ່ www.mass.gov/servicesnotavailablereclo ຫຼືໂທເບີ (877) 626-6800 ເພື່ອຂໍຄວາມຊ່ວຍເຫຼືອດ້ານບໍລິການຕ່າງໆ ທີ່ທາງສູນ REC ບໍ່ສະເໜີໃຫ້ບໍລິການ.