ການເຊັກອິນ
ຫຼັງຈາກທີ່ທ່ານເຊັກອິນສຳລັບການນັດໝາຍຂອງທ່ານ, ທ່ານຈະໄດ້ຮັບບັດທີ່ມີໝາຍເລກ REC. ກະລຸນາເກັບຮັກສາຢ່າໃຫ້ບັດນີ້ສູນຫາຍ. ໝາຍເລກ REC ຈະຊ່ວຍທ່ານຊອກຫາສະຖານີຕ່າງໆທີ່ທ່ານອາດຈະຕ້ອງໄປຍ້ຽມຍາມໃນລະຫວ່າງທີ່ທ່ານຢູ່ໃນສູນນີ້.
ພວກເຮົາອາດຈະຂໍໃຫ້ທ່ານໃຫ້ຂໍ້ມູນສ່ວນບຸກຄົນແລະຂໍ້ມູນທາງການເງິນໃຫ້ແກ່ພວກເຮົາ ເພື່ອໃຫ້ພວກເຮົາຮູ້ວ່າ ທ່ານຈຳເປັນຕ້ອງໄດ້ຮັບບໍລິການໃດແດ່. ຂໍ້ມູນນີ້ແມ່ນເປັນຄວາມລັບ ແລະເຈົ້າໜ້າທີ່ໄດ້ຮັບການຝຶກອົບຮົມໃຫ້ເກັບຮັກສາຂໍ້ມູນຂອງທ່ານໄວ້ເປັນຄວາມລັບ. ພວກເຂົາອາດຈະຂໍເລກປະກັນສັງຄົມຂອງທ່ານ. ທ່ານສາມາດຂຽນຂໍ້ມູນນີ້ໃສ່ໃນເຈ້ຍ. ພວກເຮົາຈະມອບເຈ້ຍນັ້ນຄືນໃຫ້ທ່ານ ຫຼືພວກເຮົາຈະທຳລາຍເຈ້ຍນັ້ນເພື່ອຄຸ້ມຄອງຂໍ້ມູນຂອງທ່ານ. ກະລຸນາຢ່າບອກເລກປະກັນສັງຄົມຂອງທ່ານດ້ວຍສຽງດັງເມື່ອທ່ານຢູ່ໃນສູນການຈ້າງງານໃໝ່ນີ້.
ຫຼັງຈາກທີ່ທ່ານເຊັກອິນສຳລັບການນັດໝາຍຂອງທ່ານ, ພວກເຮົາຈະຂໍໃຫ້ທ່ານຢືນຢູ່ໃນແຖວສະຖານີຕ້ອນຮັບ ຫຼືໄປທີ່ບໍລິເວນລໍຖ້າ.
ສະຖານີຕ້ອນຮັບແລະສະຖານີຕ່າງໆຂອງໂຄງການ
ທີ່ສະຖານີຕ້ອນຮັບ ພວກເຮົາຈະຖາມຄຳຖາມຕ່າງໆເພື່ອໃຫ້ເຂົ້າໃຈເຖິງຄວາມຕ້ອງການຂອງທ່ານ. ພວກເຮົາອາດຈະສາມາດຊ່ວຍເຫຼືອໃຫ້ທ່ານໄດ້ໃນສິ່ງທີ່ທ່ານຕ້ອງການທີ່ສະຖານີຕ້ອນຮັບ.
ທ່ານຈະໄດ້ຮັບເອກະສານແບບສອບຖາມທີ່ພິມເປັນພາສາທີ່ທ່ານຖະນັດ. ເອກະສານນີ້ຈະຊ່ວຍໃຫ້ພວກເຮົາສາມາດປະເມີນສະຖານະການຂອງທ່ານ ແລະກຳນົດວ່າທ່ານຈຳເປັນຕ້ອງໄປສູນບໍລິການໃດ.
ຖ້າພວກເຮົາບໍ່ສາມາດຊ່ວຍເຫຼືອທ່ານໄດ້ທີ່ສະຖານີຕ້ອນຮັບ, ທ່ານຈະຕ້ອງໄປທີ່ສະຖານີຂອງໂຄງການເພື່ອພົບກັບ ເຈົ້າໜ້າທີ່. ເຈົ້າໜ້າທີ່ຂອງສູນຈະພາທ່ານໄປທີ່ສະຖານີທີ່ຢູ່ເບື້ອງຫຼັງຂອງສະຖານີຕ້ອນຮັບ ຖ້າສະຖານີຂອງໂຄງການແມ່ນວ່າງພ້ອມໃຫ້ບໍລິການ.
ຖ້າສະຖານີຂອງໂຄງການບໍ່ວ່າງພ້ອມໃຫ້ບໍລິການ, ພວກເຮົາຈະຂໍໃຫ້ທ່ານລໍຖ້າໃນບໍລິເວນລໍຖ້າ. ເຈົ້າໜ້າທີ່ຈະເອີ້ນ ໝາຍເລກຂອງທ່ານເມື່ອສະຖານີຕໍ່ໄປແມ່ນວ່າງພ້ອມໃຫ້ບໍລິການ. ຖ້າທ່ານບໍ່ສາມາດລໍຖ້າເພື່ອໃຫ້ສະຖານີຂອງໂຄງການວ່າງພ້ອມໃຫ້ບໍລິການ, ກະລຸນາແຈ້ງໃຫ້ເຈົ້າໜ້າທີ່ຂອງສູນຊາບ ເພື່ອໃຫ້ພວກເຮົາສາມາດເອົາຊ່ວງເວລາ ນັດໝາຍຂອງທ່ານໃຫ້ກັບແຂກຄົນອື່ນ.
ແຫຼ່ງຊັບພະຍາກອນຂອງ MassHire
ທ່ານສາມາດຊອກຫາເຈົ້າໜ້າທີ່ໄດ້ຈາກພະແນກສູນບໍລິການອາຊີບ MassHire (MassHire Department of Career Services ຫຼື MDCS) ທີ່ສູນການຈ້າງງານໃໝ່ (REC). ບັນດາເຈົ້າໜ້າທີ່ສາມາດເຊື່ອມຕໍ່ທ່ານກັບສູນອາຊີບ MassHire ທີ່ຢູ່ໃກ້ທ່ານ ເພື່ອໃຫ້ທ່ານສາມາດເລີ່ມຕົ້ນ “ເສັ້ນທາງສູ່ການຈ້າງງານໃໝ່” ຂອງທ່ານ. ທ່ານສາມາດໄປເຂົ້າຮ່ວມການປະຖົມນິເທດ MassHire ເພື່ອຮຽນຮູ້ກ່ຽວກັບໂຄງການແລະບໍລິການຕ່າງໆທີ່ສາມາດຊ່ວຍທ່ານໄດ້.
ບໍລິການຕ່າງໆຂອງສູນອາຊີບ MassHire
- ການເຂົ້າເຖິງການເປີດຈ້າງງານໃໝ່ແລະການແນະນຳສົ່ງຕໍ່ໃຫ້ແກ່ທຸລະກິດ
- ການຝຶກອົບຮົມທັກສະການເຮັດວຽກ ແລະການຄົ້ນຫາການຝຶກອົບຮົມ
- ການຊອກວຽກ ແລະບໍລິການບັນຈຸເຂົ້າເຮັດວຽກ
- ການໃຫ້ຄຳປຶກສາແລະການວາງແຜນດ້ານອາຊີບ
- ການເຂົ້າເຖິງເຄືອຂ່າຍຂອງພັນທະມິດແລະໂຄງການຕ່າງໆຂອງພວກເຂົາ
- ການເຂົ້າເຖິງຂໍ້ມູນຕະຫຼາດແຮງງານທີ່ດັດແກ້ໃຫ້ເໝາະສົມກັບຄວາມຕ້ອງການ ກ່ຽວກັບວຽກຕ່າງໆໃນອຸດສາຫະກຳແລະຂົງເຂດຂອງທ່ານ
ທ່ານສາມາດນຳໃຊ້ຄອມພິວເຕີທີ່ສູນເພື່ອລົງທະບຽນເຂົ້າຮ່ວມໃນການຊອກວຽກ MassHire JobQuest. ເວັບໄຊ MassHire Jobquest website ແມ່ນບ່ອນທີ່ທ່ານຈະເລິ່ມຕົ້ນການເປັນສະມາຊິກຂອງທ່ານກັບ MassHire. ຫຼັງຈາກທີ່ທ່ານລົງທະບຽນແລ້ວ, ທ່ານສາມາດຈັດຕາຕະລາງດ້ວຍຕົນເອງເພື່ອຂໍຮັບເອົາບໍລິການຕ່າງໆທີ່ມີຢູ່ໃນສູນອາຊີບທີ່ຢູ່ໃກ້ທ່ານ. ເພື່ອຊອກຫາສູນອາຊີບທີ່ຢູ່ໃກ້ທ່ານ ກະລຸນາໄປທີ່: https://www.mass.gov/how-to/find-a-masshire-career-center.
ເຈົ້າໜ້າທີ່ຂອງສະຖານີຕ້ອນຮັບອາດຈະຂໍໃຫ້ທ່ານມາເຂົ້າຮ່ວມການປະຖົມນິເທດກ່ຽວກັບ MassHire ໃນຫ້ອງປະຖົມນິເທດຂອງ MassHire. ທ່ານສາມາດເຂົ້າເບິ່ງຫ້ອງປະຖົມນິເທດ MassHire ກ່ອນກໍ່ໄດ້ ຖ້າທ່ານມີເວລາໃນລະຫວ່າງທີ່ທ່ານລໍຖ້າ.
ຖ້າພວກເຮົາຂໍໃຫ້ທ່ານໄປທີ່ສະຖານີຂອງໂຄງການ UI ຫຼືຂອງໂຄງການ PUA
ຫຼັງຈາກທີ່ທ່ານນັ່ງລົງເພື່ອຮັບບໍລິການຢູ່ສະຖານີຂອງໂຄງການ, ທ່ານຈະໄດ້ຮັບອຸປະກອນຫູຟັງເພື່ອເວົ້າລົມກັບ ເຈົ້າໜ້າທີ່ທາງຄອມພິວເຕີ. ເມື່ອທ່ານໄປທີ່ສະຖານີຂອງໂຄງການແລ້ວ, ກະລຸນາເລືອກ “ເຂົ້າຮ່ວມ” (“Join”) ໃນໜ້າຈໍສຳຜັດ. ກະລຸນາຂໍຄວາມຊ່ວຍເຫຼືອຖ້າທ່ານມີບັນຫາດ້ານເຕັກນິກ ຫຼືເມື່ອເຈົ້າໜ້າທີ່ສະເໝືອນຈິງບອກໃຫ້ທ່ານເຮັດແນວນັ້ນ.
ນາຍພາສາຈະໄດ້ຮັບອະນຸຍາດໃຫ້ມາເຂົ້າຮ່ວມການປະຊຸມກັບເຈົ້າໜ້າທີ່ສະເໝືອນຈິງ ເພື່ອຊ່ວຍເຫຼືອທ່ານດ້ານ ພາສາ.
ຫຼັງຈາກທີ່ທ່ານເຮັດພາລະກິດສຳເລັດແລ້ວທີ່ສະຖານີຂອງໂຄງການ UI ຫຼືໂຄງການ PUA:
- ຖ້າທ່ານຕ້ອງການພົບກັບເຈົ້າໜ້າທີ່ DUA ດ້ວຍຕົນເອງ, ທ່ານຕ້ອງໄປບໍລິເວນລໍຖ້າຈົນກວ່າເຈົ້າໜ້າທີ່ DUA ຈະເອີ້ນຊື່ທ່ານ.
- ຖ້າທ່ານຕ້ອງການບໍລິການດ້ານການຊອກວຽກ, ທ່ານຕ້ອງໄປຫ້ອງປະຖົມນິເທດຂອງ MassHire. ກະລຸນາເອົາອຸປະກອນຫູຟັງໄປກັບທ່ານ.
- ຖ້າທ່ານຕ້ອງການປ່ຽນລະຫັດ (PIN) ຂອງທ່ານໃໝ່, ທ່ານຕ້ອງໄປທີ່ຫ້ອງສຳພາດ ຫຼືຫ້ອງຊັບພະຍາກອນ MassHire. ທ່ານສາມາດຍົກຫູໂທລະສັບ, ເລືອກປຸ່ມທີ່ຂຽນວ່າ “ລະຫັດ” (“PIN”) ຢູ່ທາງຂ້າງ ແລະເຮັດຕາມຄຳແນະນຳຂອງບຸກຄົນທີ່ຢູ່ໃນສາຍ.
ກະລຸນາໃຊ້ເຈ້ຍປຽກເພື່ອທຳຄວາມສະອາດໂຕະສຳລັບລູກຄ້າຄົນຕໍ່ໄປ ກ່ອນທີ່ທ່ານຈະອອກຈາກສະຖານີ. ທ່ານບໍ່ຈຳເປັນຕ້ອງເຊັດຈໍຄອມພິວເຕີ.
ເມື່ອທ່ານທຳຄວາມສະອາດແລ້ວ, ກະລຸນາເອົາອຸປະກອນຫູຟັງໃສ່ໃນຖັງທີ່ຕັ້ງຢູ່ທາງເດີນໃນຫ້ອງໂຖງທີ່ຈະກັບຄືນໄປບໍລິເວນລໍຖ້າຢູ່ຂ້າງຫ້ອງເກັບຂອງແລະຫ້ອງພັກຜ່ອນຂອງເຈົ້າໜ້າທີ່. ພວກເຮົາຈະຂ້າເຊື້ອອຸປະກອນຫູຟັງສຳລັບ ຜູ້ໃຊ້ຄົນຕໍ່ໄປ.
ພວກເຮົາຂໍຂອບໃຈທີ່ທ່ານມາຍ້ຽມຍາມ ແລະຂໍໃຫ້ເວລາທີ່ເຫຼືອໃນມື້ນີ້ເປັນເວລາທີ່ດີຂອງທ່ານ.