• This page, ລາຍການບໍລິການທີ່ສູນການຈ້າງງານໃໝ່ (Re-Employment Center ຫຼື REC) ບໍ່ໄດ້ສະເໜີໃຫ້ບໍລິການ, is   offered by
  • Department of Unemployment Assistance

ລາຍການບໍລິການທີ່ສູນການຈ້າງງານໃໝ່ (Re-Employment Center ຫຼື REC) ບໍ່ໄດ້ສະເໜີໃຫ້ບໍລິການ

ຮຽນຮູ້ວິທີຂໍຄວາມຊ່ວຍເຫຼືອຈາກບໍລິການຕ່າງໆທີ່ສູນການຈ້າງງານໃໝ່ເມືອງ Boston ຂອງພະແນກຊ່ວຍເຫຼືອ ການຫວ່າງງານ (Department of Unemployment Assistance ຫຼື DUA) ບໍ່ໄດ້ສະເໜີໃຫ້ບໍລິການ

ກະລຸນາໄປທີ່ສູນການຈ້າງງານໃໝ່ຖ້າທ່ານຕ້ອງການເຂົ້າເຖິງ ຫຼືຕ້ອງການຄວາມຊ່ວຍເຫຼືອດ້ານພາສາເພື່ອເຂົ້າເຖິງ ການບໍລິການຕ່າງໆ.

Table of Contents

ການນັດໝາຍໄຕ່ສວນຄະດີ ຫຼືການຍື່ນຂໍອຸທອນ

ເອກະສານການອຸທອນກ່ຽວກັບ DUA:

  • ສະເພາະແຂກຂອງ DUA ເທົ່ານັ້ນ ເຊິ່ງເປັນຜູ້ທີ່ມີເອກະສານທີ່ພິມອອກມາເພື່ອນຳສົ່ງ ທີ່ກ່ຽວຂ້ອງກັບການອຸທອນຄວນເຂົ້າມາໃນສູນການຈ້າງງານໃໝ່. ກິດຈະກຳອື່ນໆໃນການອຸທອນກ່ຽວກັບ DUA ແລະການກວດສອບສະຖານະພາບຂອງການອຸທອນຂອງພວກເຂົາ ສາມາດຊອກຫາໄດ້ທາງ ອອນລາຍ. ໝາຍເຫດ: ການຍື່ນເອກະສານເຫຼ່ານີ້ທີ່ສູນການຈ້າງງານໃໝ່ ຈະບໍ່ເຮັດໃຫ້ການອຸທອນຂອງທ່ານໄດ້ຮັບການດຳເນີນການຢ່າງໄວກວ່າການຍື່ນການອຸທອນດ້ວຍວິທີອື່ນ.
  • ເຈົ້າໜ້າທີ່ເຮັດວຽກສະນັບສະໜູນການໄຕ່ສວນຄະດີ DUA ມີໜ້າທີ່ຊ່ວຍເຫຼືອຜູ້ອຸທອນ, ນາຍຈ້າງ ແລະຜູ້ຕ່າງໜ້າກ່ຽວກັບການຮ້ອງຂໍອຸທອນແລະການໄຕ່ສວນຄະດີ.
  • ຖ້າທ່ານຕ້ອງການອຸທອນຄຳຕັດສິນຂອງ DUA ທ່ານສາມາດຍື່ນຂໍອຸທອນທາງອອນລາຍ online ຫຼືທາງໄປສະນີ ຫຼືທາງແຟັກກໍ່ໄດ້.
    • ທາງອອນລາຍ: ວິທີທີ່ໄວທີ່ສຸດໃນການຍື່ນອຸທອນແມ່ນການຍື່ນທາງອອນລາຍເພື່ອ ເລີ່ມຕົ້ນຂັ້ນຕອນ ໂດຍການປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້: 1) ລັອກອິນເຂົ້າໄປທີ່ບັນຊີ UI ທາງອອນລາຍຂອງທ່ານ 2) ກົດ ເບີ່ງ (View) ແລະຢູ່ຕໍ່ທາງໜ້າຕ່າງເບື້ອງຊ້າຍ 3) ກົດ ການເງິນ (Monetary) ແລະບົດສະຫຼຸບປະເດັນການອຸທອນ 4) ເລືອກໝາຍເລກປະເດັນການອຸທອນ ແລະຈາກນັ້ນກົດ ການອຸທອນ (Appeal).
      • ທາງແຟັກ: ປະກອບຄຳຂໍອຸທອນໃຫ້ສຳເລັດແລະເຊັນຊື່ ແລະສົ່ງແຟັກໄປທີ່ເບີ 617-727-9329.
      • ທາງໄປສະນີ: ການອຸທອນຄຳຕັດສິນທາງຈົດໝາຍສາມາດເຮັດໄດ້ 2 ວິທີ:
  1. ປະກອບແບບຟອມຂໍ້ມູນຄຳຮ້ອງຂໍອຸທອນທີ່ໄດ້ສົ່ງໃຫ້ທ່ານທາງໄປສະນີ ພ້ອມກັບ   ໜັງສືແຈ້ງການເລື່ອງການຂາດຄຸນສົມບັດໃນການໄດ້ຮັບຄວາມຊ່ວຍເຫຼືອ ຫຼື
  1. ຂຽນຈົດໝາຍຮ້ອງຂໍອຸທອນ. ລວມເອົາຂໍ້ມູນຂອງທ່ານ:
    • ເບີໂທລະສັບ
    • ໝາຍເລກປະຈຳຕົວຜູ້ອຸທອນ (Claimant ID)
    • ລາຍເຊັນ
    • ສົ່ງແບບຟອມທີ່ປະກອບສຳເລັດ ຫຼືສົ່ງຈົດໝາຍໄປທີ່:

Department of Unemployment Assistance
Hearings Department
2 Avenue de Lafayette
Boston, MA 02111

ການກວດສອບສະຖານະພາບຂອງການອຸທອນກ່ຽວກັບ DUA

  • ໂທຫາຫ້ອງການໄຕ່ສວນຄະດີລະດັບເຂດໄດ້ທີ່ເບີ (617) 626-5200

ການຖອນການອຸທອນ

  • ວິທີທີ່ໄວທີ່ສຸດໃນການຖອນການອຸທອນແມ່ນທາງອອນລາຍເພື່ອເລີ່ມຕົ້ນຂັ້ນຕອນ ໂດຍການປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້: 1) ລັອກອິນເຂົ້າໄປທີ່ບັນຊີ UI ທາງອອນລາຍຂອງທ່ານ 2) ກົດ ເບິ່ງ ແລະຢູ່ຕໍ່ທາງໜ້າຕ່າງເບື້ອງຊ້າຍ 3) ກົດ ການເງິນ (Monetary) ແລະບົດສະຫຼຸບປະເດັນການອຸທອນ 4) ເລືອກໝາຍເລກປະເດັນການອຸທອນ ແລະຈາກນັ້ນກົດ ຖອນ (Withdraw) ຫຼືສົ່ງ (Send) ຈົດໝາຍທີ່ເຊັນຊື່ລະບຸວ່າທ່ານຕ້ອງການຖອນການອຸທອນຂອງທ່ານ ແລະໃສ່ຊື່, ໝາຍເລກປະຈຳຕົວຜູ້ອຸທອນ ແລະໝາຍເລກປະເດັນການອຸທອນ ແລະສົ່ງເອກະສານທາງໄປສະນີໄປທີ່ພະແນກ ໄຕ່ສວນຄະດີ Hearings Department, 2 Avenue de Lafayette, Boston, MA 02111 ຫຼືສົ່ງແຟັກໄປທີ່ເບີ (617) 727-9329.

ການຂາດນັດບໍ່ໄດ້ເຂົ້້າຮ່ວມການໄຕ່ສວນຄະດີ ຕ້ອງການໃຫ້ມີການນັດໝາຍການໄຕ່ສວນຄະດີໃນມື້ໃໝ່   (ການຄືນສິດ):

  • ຜູ້ອຸທອນແລະນາຍຈ້າງທີ່ຂາດນັດບໍ່ໄດ້ເຂົ້າຮ່ວມການໄຕ່ສວນຄະດີ ສາມາດຮ້ອງຂໍເອົາການຄືນສິດ (ວັນໄຕ່ສວນຄະດີໃໝ່). ເພື່ອຂໍຄືນສິດໃນການອຸທອນ ເຈົ້າໜ້າທີ່ໄຕ່ສວນຄະດີຕ້ອງຊາບເຫດຜົນວ່າຍ້ອນຫຍັງຄູ່ກໍລະນີຈຶ່ງບໍ່ໄດ້ເຂົ້້າຮ່ວມການໄຕ່ສວນຄະດີ.
    • ຈະຕ້ອງປະກອບແບບຟອມຮ້ອງຂໍເອົາການຄືນສິດໃຫ້ສຳເລັດ ຫຼືສົ່ງຈົດໝາຍທີ່ຂຽນເປັນລາຍລັກອັກສອນພ້ອມຄຳອະທິບາຍໄປທີ່ພະແນກໄຕ່ສວນຄະດີ. ແນະນຳໃຫ້ຜູ້ອຸທອນປະກອບແບບຟອມຮ້ອງຂໍເອົາການຄືນສິດ ທີ່ລວມມາພ້ອມກັບໜັງສືແຈ້ງການເລື່ອງການຂາດຄຸນສົມບັດໃນການ ໄດ້ຮັບຄວາມຊ່ວຍເຫຼືອ ຫຼືສາມາດສົ່ງຈົດໝາຍໄປທີ່ພະແນກໄຕ່ສວນຄະດີ
      DUA Hearings department,
      2 Avenue de Lafayette
      Boston MA 02111

ສຳເນົາບັນທຶກການໄຕ່ສວນຄະດີ

  • ເພື່ອຮ້ອງຂໍເອົາສຳເນົາບັນທຶກການໄຕ່ສວນຄະດີທີ່ຄົບຖ້ວນສົມບູນ ກະລຸນາໂທຕິດຕໍ່ພະແນກ ໄຕ່ສວນຄະດີກ່ຽວກັບ DUA ທີ່ເບີ (617) 626-5200.

ໝາຍຮຽກ:  

  • ເພື່ອຮ້ອງຂໍໃຫ້ສານອອກໝາຍຮຽກ ກະລຸນາຮ້ອງຂໍທາງອອນລາຍເພື່ອເລີ່ມຕົ້ນຂັ້ນຕອນໂດຍການປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້:
    1)
    ລັອກອິນເຂົ້າໄປທີ່ບັນຊີ UI ທາງອອນລາຍຂອງທ່ານ 
    2) ກົດ ເບິ່ງ ແລະຢູ່ຕໍ່ທາງໜ້າຕ່າງເບື້ອງຊ້າຍ
    3) ກົດ ການເງິນ (Monetary) ແລະບົດສະຫຼຸບ ປະເດັນການອຸທອນ
    4) ເລືອກໝາຍເລກປະເດັນການອຸທອນ ແລະຈາກນັ້ນກົດຄຳຮ້ອງຂໍໃຫ້ສານອອກໝາຍຮຽກ (Request a Subpoena) ຫຼືໂທຫາພະແນກໄຕ່ສວນຄະດີຂອງ DUA  ທີ່ເບີ (617) 626-5200. 
    • ທ່ານຄວນຮ້ອງຂໍໃຫ້ສານອອກໝາຍຮຽກໂດຍໄວທີ່ສຸດເທົ່າທີ່ຈະເຮັດໄດ້ ເມື່ອມີການກຳນົດນັດໝາຍການໄຕ່ສວນຄະດີຂອງທ່ານແລ້ວ. ຕ້ອງນຳສົ່ງໝາຍຮຽກໃນຄະດີກ່ຽວກັບ DUA ຢ່າງໜ້ອຍສີ່ວັນ ກ່ອນວັນໄຕ່ສວນຄະດີ. ທ່ານສາມາດຂໍເອົາໝາຍຮຽກໄດ້ຈາກເຈົ້າໜ້າທີ່ຮັບຮອງເອກະສານ (notary public) ຫຼືຈາກຜູ້ພິພາກສາ       

ວິທີການຢັ້ງຢືນວັນໄຕ່ສວນຄະດີຂອງທ່ານ ຫຼືການນັດໝາຍການໄຕ່ສວນຄະດີ:

    • ເພື່ອສອບຖາມກ່ຽວກັບການໄຕ່ສວນຄະດີທີ່ທ່ານລໍຖ້າກຳນົດນັດໝາຍ  ກະລຸນາໂທໄປທີ່ເບີ (617) 626-5220.

ວິທີການຄົ້ນຫາສະຖານະພາບຂອງຄຳຕັດສິນໃນຄະດີຂອງທ່ານ:

    • ເພື່ອສອບຖາມກ່ຽວກັບການໄຕ່ສວນຄະດີທີ່ໄດ້ໄຕ່ສວນໄປແລ້ວ ກະລຸນາໂທໄປທີ່ເບີ (617) 626-5220.

ການຍື່ນຫຼືກວດເບິ່ງສະຖານະພາບຂອງການອຸທອນກ່ຽວກັບ PUA ເວັ້ນເສຍແຕ່ວ່າທ່ານຈະມີເອກະສານທີ່ກ່ຽວຂ້ອງກັບການອຸທອນທີ່ທ່ານໄດ້ຍື່ນກ່ອນໜ້ານີ້ເພື່ອຈະນຳສົ່ງ, ສະຖານະພາບແລະເອກະສານໂຕ້ຕອບສື່ສານທັງໝົດທີ່ກ່ຽວຂ້ອງກັບການອຸທອນແມ່ນມີໃຫ້ໃນໜ້າ PUA Profile Page ສ່ວນຕົວຂອງທ່ານ.

ເອກະສານການອຸທອນກ່ຽວກັບ PUA: ສະເພາະແຂກຂອງ PUA ເທົ່ານັ້ນ ເຊິ່ງເປັນຜູ້ທີ່ມີທີ່ມີເອກະສານທີ່ພິມອອກມາເພື່ອນຳສົ່ງ ທີ່ກ່ຽວຂ້ອງກັບການອຸທອນຄວນນັດໝາຍເພື່ອມາໃນສູນການຈ້າງງານໃໝ່. ກິດຈະກຳອື່ນໆໃນການອຸທອນ PUA ແລະການກວດສອບສະຖານະພາບຂອງການອຸທອນຂອງພວກເຂົາ ສາມາດເຮັດໄດ້ທາງອອນລາຍ ທີ່ໜ້າ PUA Profile Page ສ່ວນຕົວຂອງທ່ານ. ໝາຍເຫດ: ການຍື່ນເອກະສານເຫຼ່ານີ້ທີ່ສູນການຈ້າງງານໃໝ່ຈະບໍ່ເຮັດໃຫ້ການອຸທອນຂອງທ່ານໄດ້ຮັບການດຳເນີນການຢ່າງໄວກວ່າການຍື່ນການອຸທອນດ້ວຍວິທີອື່ນ.

    • ທາງອອນລາຍ: ວິທີທີ່ໄວທີ່ສຸດໃນການຍື່ນອຸທອນກ່ຽວກັບ PUA ແມ່ນການຍື່ນທາງອອນລາຍເພື່ອເລີ່ມຕົ້ນຂັ້ນຕອນ ໂດຍການປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້:
      1)
      ລັອກອິນເຂົ້າໄປທີ່ບັນຊີ eservices ຂອງທ່ານ
      2) ກົດ ເພີ່ມເຕີມ (“More”) ແລະເລືອກຍື່ນອຸທອນ
          (“file an appeal”)
          
      3) ກົດ ຕໍ່ໄປ (“Next”)
      4)
      ໃສ່ເຫດຜົນໃນການອຸທອນ 4) ກົດສົ່ງ
    • ທາງໄປສະນີ ຫຼືທາງແຟັກ: ຂຽນຈົດໝາຍຮ້ອງຂໍອຸທອນ. ລວມເອົາຂໍ້ມູນຂອງທ່ານ:
      • ຊື່
      • ເບີໂທລະສັບ
      • ໝາຍເລກປະຈຳຕົວການອຸທອນ (Claim ID)
      • ໝາຍເລກປະຈຳຕົວຈົດໝາຍ (Letter ID)
      • ລາຍເຊັນ

ສົ່ງຈົດໝາຍທີ່ປະກອບສຳເລັດຂອງທ່ານໄປທີ່:

Department of Unemployment Assistance
Hearings Department
2 Avenue de Lafayette
Boston, MA 02111

ສົ່ງແຟັກຈົດໝາຍທີ່ປະກອບສຳເລັດຂອງທ່ານໄປທີ່ເບີ (617) 727-9329

ບັນຫາທີ່ຍັງຄ້າງຄາທີ່ເຮັດໃຫ້ມີການລະງັບການຈ່າຍເງິນ

ການທົບທວນຄືນ ຫຼືການດຳເນີນການແກ້ໄຂບັນຫາທີ່ຍັງຄ້າງຄາທີ່ເຮັດໃຫ້ມີການລະງັບການຈ່າຍເງິນ ເຊິ່ງຈຳເປັນຕ້ອງໄດ້ຮັບການຈັດການແກ້ໄຂບັນຫາໂດຍຜູ້ດຳເນີນການລະງັບຂໍ້ພິພາດທາງປົກຄອງຂອງ DUA (ເຊັ່ນ ເອກະສານທີ່ຈຳເປັນທັງໝົດ ແລະການຕອບແບບສອບຖາມທີ່ໄດ້ຈັດຫາໃຫ້)

  • ຕິດຕໍ່ສູນຊ່ວຍເຫຼືອທາງໄກ ຫຼື teleclaims ທີ່ເບີ (617) 626-6800 ແລະເລືອກການເຕືອນ (prompt) ສຳລັບການຊ່ວຍເຫຼືອລູກຄ້າ.
  • ການນຳສົ່ງເອກະສານ: ຖ້າທ່ານຕ້ອງການນຳສົ່ງຂໍ້ມູນເພີ່ມເຕີມເພື່ອສະນັບສະໜູນການຮ້ອງຂໍເອົາຄວາມຊ່ວຍເຫຼືອຂອງທ່ານ ທ່ານສາມາດນຳສົ່ງເອກະສານໄດ້ທາງອອນລາຍ ໂດຍລັອກອິນເຂົ້າໄປທີ່ບັນຊີ UI ອອນລາຍຂອງທ່ານ.

ການຈ່າຍເງິນ UI/PUA ສ່ວນທີ່ເປັນເງິນທີ່ໄດ້ຈ່າຍໃຫ້ເກີນຄືນ

ທາງ REC ບໍ່ໃຫ້ບໍລິການກ່ຽວກັບ UI /PUA ການຈ່າຍເງິນ UI/PUA ສ່ວນທີ່ເປັນເງິນທີ່ໄດ້ຈ່າຍໃຫ້ເກີນຄືນ.

ຖ້າທ່ານຈະຊຳລະເງິນຄືນດ້ວຍເຊັກທີ່ເປັນເຈ້ຍຫຼືຜ່ານທະນານັດ, ກະລຸນາຈົດເລກປະຈຳຕົວຜູ້ຍື່ນຄຳຮ້ອງຂໍເອົາເງິນຊ່ວຍເຫຼືອທີ່ທ່ານມີຢູ່ໃສ່ຫຼັກຖານການຈ່າຍເງິນ ແລະສົ່ງທາງໄປສະນີໄປທີ່ພະແນກຊ່ວຍເຫຼືອການຫວ່າງງານ:

Department of Unemployment Assistance                
UI Benefit Collection.                                                
P.O. Box 9699                                                      
Boston, MA 02114

ບໍລິການຄ່າລ້ຽງດູເດັກຂອງ DOR

  • ທາງ REC ຈະບໍ່ສາມາດໃຫ້ບໍລິການສະນັບສະໜູນຫຼືຕອບຄຳຖາມກ່ຽວກັບບໍລິການຄ່າລ້ຽງດູເດັກຂອງ DOR ໄດ້. ສຳລັບບັນຫາທີ່ກ່ຽວຂ້ອງກັບການສະນັບສະໜູນຊ່ວຍເຫຼືອຄ່າລ້ຽງດູເດັກຂອງກົມພາສີອາກອນລາຍໄດ້ (Department of Revenue Child Support) ກະລຸນາໄປທີ່ https://www.mass.gov/orgs/child-support-enforcement-division

ການບໍລິການສຳລັບນາຍຈ້າງ

ການບໍລິການສຳລັບນາຍຈ້າງ (ເຊັ່ນ ໃບຢັ້ງຢືນການປະຕິບັດຕາມ ຫຼືການສົ່ງເງິນປະກອບສ່ວນການປະກັນການຫວ່າງງານ)

  • ສູນການຈ້າງງານໃໝ່ຈະບໍ່ສາມາດຊ່ວຍເຫຼືອດ້ານບໍລິການຫຼືການຕອບຄຳຖາມທີ່ກ່ຽວຂ້ອງກັບຂໍ້ກັງວົນຂອງນາຍຈ້າງ ຫຼືການຮັບຊຳລະຄ່າປະກອບສ່ວນການປະກັນການຫວ່າງງານ
  • ສຳລັບການບໍລິການການປະກັນການຫວ່າງງານ ແລະການສະນັບສະໜູນຊ່ວຍເຫຼືອນາຍຈ້າງ, ກະລຸນາໄປທີ່: https://www.mass.gov/unemployment-insurance-ui-for-employers
  •  

ເພື່ອຈ່າຍຄ່າປະກອບສ່ວນການປະກັນການຫວ່າງງານ ກະລຸນາປະຕິບັດຕາມຂັ້ນຕອນຕໍ່ໄປນີ້

  1. ລັອກອິນເຂົ້າໄປທີ່ບັນຊີ UI ທາງອອນລາຍຂອງທ່ານ
  2. ກົດ ຂໍ້ມູນການຊຳລະເງິນ
  3. ກົດ ສະຫຼຸບບັນຊີການຊຳລະເງິນ ເພື່ອເບິ່ງຍອດເງິນຄົງເຫຼືອໃນບັນຊີຂອງທ່ານ
  4. ເພື່ອເບິ່ງລາຍລະອຽດຍອດຄ້າງຂຳລະ, ກົດ ໜີ້ສິນທີ່ຍັງບໍ່ທັນໄດ້ຈ່າຍ ຫຼືເຄື່ອງຄິດໄລ່ດອກເບ້ຍ
  5. ກົດ ຊຳລະເງິນ
  6. ເລືອກ ວິທີການຊຳລະເງິນ ແລະປະຕິບັດຕາມການເຕືອນເທິງໜ້າຈໍ. ພິມໝາຍເລກຢັ້ງຢືນການຈ່າຍເງິນອອກມາເພື່ອເກັບໄວ້ເປັນບັນທຶກຫຼັກຖານຂອງທ່ານເອງ.

ການລະງັບການຈ່າຍເງິນຊົ່ວຄາວທີ່ກ່ຽວຂ້ອງກັບການຮ້ອງຂໍໃຫ້ຢັ້ງຢືນຕົວຕົນ

ຖ້າທ່ານໄດ້ຮັບໜັງສືແຈ້ງການໃຫ້ທ່ານຊາບກ່ຽວກັບວິທີຢັ້ງຢືນຕົວຕົນຂອງທ່ານໃໝ່ໃຫ້ແກ່ພະແນກຊ່ວຍເຫຼືອການຫວ່າງງານ ກະລຸນາປະຕິບັດຕາມຄຳແນະນຳຂ້າງລຸ່ມນີ້:

  • ທ່ານມີບັນຫາກ່ຽວກັບການລະບຸຕົວຕົນໃນການຮ້ອງຂໍເອົາຄວາມຊ່ວຍເຫຼືອຂອງທ່ານ ເຊິ່ງເປັນອຸປະສັກໃນການໄດ້ຮັບເງິນຊ່ວຍເຫຼືອຂອງທ່ານ. ເພື່ອຢັ້ງຢືນຕົວຕົນຂອງທ່ານ, ກະລຸນານຳໃຊ້  ID.me, ພັນທະມິດດ້ານເຕັກໄນໂລຍີທີ່ເຊື່ອຖືໄດ້ຂອງ DUA. ກະລຸນາເຂົ້າເບິ່ງ ID.me ເພື່ອເຮັດຂັ້ນຕອນທາງອອນລາຍໃຫ້ສຳເລັດພາຍໃນ 10 ວັນ ນັບຈາກວັນທີໃນໜັງສືອແຈ້ງການສະບັບນີ້.
  • ໃນກໍລະນີສ່ວນຫຼາຍ ໂດຍການນຳໃຊ້ ID.me, ທ່ານຈະໄດ້ຮັບການແກ້ໄຂບັນຫາການລະບຸຕົວຕົນໃນການຮ້ອງຂໍເອົາຄວາມຊ່ວຍເຫຼືອຂອງທ່ານພາຍໃນ 24-48 ຊົ່ວໂມງ. ຖ້າທ່ານເຮັດຂັ້ນຕອນທາງອອນລາຍໃຫ້ສຳເລັດໄດ້ໄວເທົ່າໃດ, ທ່ານຈະໄດ້ຮັບເງິນຊ່ວຍເຫຼືອຂອງທ່ານໄດ້ໄວຂຶ້ນເທົ່ານັ້ນ.
  • ID.me ແມ່ນຜູ້ໃຫ້ບໍລິການລະບຸຕົວຕົນທີ່ໄດ້ຮັບການຮັບຮອງຈາກລັດຖະບານກາງ ແລະມີຄວາມຊ່ຽວຊານໃນການປົກປ້ອງຂໍ້ມູນລະບຸຕົວຕົນແບບດິຈິຕອນ. DUA ໄດ້ເຮັດສັນຍາກັບ ID.me ເພື່ອຊ່ວຍໃຫ້ແນ່ໃຈວ່າທ່ານເປັນຜູ້ທີ່ທ່ານເວົ້າວ່າທ່ານແມ່ນໃຜແທ້ ແລະບໍ່ແມ່ນຄົນທີ່ອ້າງຕົວເອງວ່າແມ່ນທ່ານ  ກ່ອນທີ່ພວກເຮົາຈະຈ່າຍເງິນຊ່ວຍເຫຼືອ ຫຼືອະນຸຍາດໃຫ້ເຂົ້າເຖິງຂໍ້ມູນທີ່ລະອຽດອ່ອນໃນບັນຊີ UI ທາງອອນລາຍຂອງທ່ານ. ຂໍ້ມູນເພີ່ມເຕີມກ່ຽວກັບ ID.me ມີຢູ່ທີ່ເວັບໄຊຂອງພວກເຂົາ

ໝາຍເຫດ: ທ່ານຕ້ອງເຮັດຂັ້ນຕອນການຢັ້ງຢືນ ID.me ໃຫ້ສຳເລັດ ເພື່ອຈະໄດ້ຮັບເງິນຊ່ວຍເຫຼືອຂອງທ່ານ. ເຖິງແມ່ນວ່າທ່ານໄດ້ສົ່ງການຫາຂໍ້ເທັດຈິງແລ້ວ, ກະລຸນາປະຕິບັດຕາມຄຳແນະນຳໃນຈົດໝາຍສະບັບນີ້ເພື່ອ     ແກ້ໄຂບັນຫາ.

  • ຖ້າທ່ານບໍ່ໄດ້ຍື່ນຄຳຮ້ອງນີ້ເພື່ອຂໍຄວາມຊ່ວຍເຫຼືອຈາກການຫວ່າງງານ, ກະລຸນາແຈ້ງໃຫ້ພວກເຮົາຊາບໂດຍເຂົ້າໄປທີ່ https://www.mass.gov/info-details/report-unemployment-benefits-fraud

ການລາຍງານການຍື່ນຂໍເອົາຄວາມຊ່ວຍເຫຼືອທີ່ເປັນການສໍ້ໂກງ ໂດຍການນຳໃຊ້ຂໍ້ມູນສ່ວນຕົວຂອງທ່ານ

  • ຖຸ້າທ່ານເຊື່ອວ່າມີບຸກຄົນອື່ນໄດ້ຍື່ນຂໍເອົາເງິນຊ່ວຍເຫຼືອການຫວ່າງງານໂດຍໃຊ້ຂໍ້ມູນສ່ວນຕົວຂອງທ່ານ, ກະລຸນາໃຊ້ແບບຟອມ secure fraud reporting form ເພື່ອແຈ້ງເຕືອນພວກເຮົາ ຫຼືໂທຫາພະແນກບໍລິການ ລູກຄ້າຂອງ DUA ທີ່ເບີ (877) 626-6800.
  • ຖ້າທ່ານຕ້ອງການລາຍງານບັນຫາອື່ນທີ່ກ່ຽວຂ້ອງກັບການສໍ້ໂກງ ເຊັ່ນ ມີບາງຄົນໄດ້ລັກເອົາການຮ້ອງຂໍເອົາຄວາມຊ່ວຍເຫຼືອທີ່ຖືກຕ້ອງຕາມກົດໝາຍຂອງທ່ານ ແລະໄດ້ປ່ຽນຂໍ້ມູນບັນຊີທະນາຄານ ຫຼືຂໍ້ມູນ MFA ແລະອື່ນໆ ຫຼືການລາຍງານການສໍ້ໂກງອື່ນໆ ນອກເໜືອຈາກການຮ້ອງຂໍເອົາເງິນຊ່ວຍເຫຼືອທີ່ເປັນການຍື່ນຂໍຢ່າງ ທຸຈະລິດໃນນາມຂອງທ່ານ, ກະລຸນາສົ່ງອີເມວໄປທີ່ UIFraud@detma.org.

ການຢັ້ງຢືນທີ່ຢູ່ອາໄສ

ທາງ REC ບໍ່ໃຫ້ຄວາມຊ່ວຍເຫຼືອໃນການຢັ້ງຢືນທີ່ຢູ່ອາໄສ: ກະລຸນາຂຽນຄຳຮ້ອງຂໍຂອງທ່ານເປັນລາຍລັກອັກສອນສົ່ງໄປທີ່ພະແນກກົດໝາຍຂອງ DUA

Department of Unemployment Assistance
Legal Department
100 Cambridge Street
Boston, MA 02114

ການຍື່ນຄຳຮ້ອງທຸກຕໍ່ຄະນະກຳມະການຕໍ່ຕ້ານການເລືອກປະຕິບັດຂອງລັດ (Mass Commission Against Discrimination)

  • ເພື່ອຍື່ນຄຳຮ້ອງຕໍ່ຄະນະກຳມະການຕໍ່ຕ້ານການເລືອກປະຕິບັດຂອງລັດ ກະລຸນາໄປທີ່: www.mass.gov/mcad.

ບໍລິການດ້ານປະກັນສັງຄົມ

(ເຊັ່ນ ການຍື່ນເລື່ອງໃໝ່ ຫຼືການຮ້ອງຂໍເອົາບັດທົດແທນ)

ເພື່ອຂໍຮັບບັດປະກັນສັງຄົມຈາກອົງການປະກັນສັງຄົມ (Social Security Administration) ກະລຸນາໄປທີ່ https://www.ssa.gov/ssnumber/  ຫຼືໄປທີ່ Thomas P. O’Neill, Jr. Federal Building, 10 Causeway Street, Boston, MA 02114

ແຫຼ່ງຂໍ້ມູນເພີ່ມເຕີມເພື່ອຕອບສະໜອງຄວາມຕ້ອງການຂອງທ່ານ

  • ແຫຼ່ງຂໍ້ມູນ UI ທີ່ບໍ່ເປັນພາສາອັງກິດ; ລວມທັງການຍື່ນຄຳຮ້ອງຂໍເອົາຄວາມຊ່ວຍເຫຼືອ: ທາງ DUA ໃຫ້ຂໍ້ມູນຊ່ວຍເຫຼືອການຫວ່າງງານທາງອອນລາຍເປັນ 12 ພາສາ: ພາສາສະເປນ, ພາສາປອກຕຸຍການ, ພາສາເຮຕິຄຣີໂອ, ພາສາຈີນ, ພາສາຫວຽດນາມ, ພາສາລັດເຊຍ, ພາສາກຳປູເຈຍ, ພາສາລາວ, ພາສາອີຕາລີ, ພາສາຝຣັ່ງ, ພາສາເກາຫຼີ ແລະພາສາອາຫຼັບ. ທ່ານສາມາດປະກອບໃບສະໝັກ UI ໃຫ້ສຳເລັດແລະສົ່ງທາງອອນລາຍເປັນພາສາສະເປນ, ພາສາເຮຕິຄຣີໂອ, ພາສາປອກຕຸຍການ, ພາສາຈີນກາງ ຫຼືພາສາຫວຽດນາມ.
  • ສຳລັບແຫ່ງຂໍ້ມູນຊ່ວຍເຫຼືອການຫວ່າງງານເປັນຫຼາຍພາສາທັງໝົດຂອງ DUA ກະລຸນາໄປທີ່  https://www.mass.gov/dua-multilingual-services

Help Us Improve Mass.gov  with your feedback

Please do not include personal or contact information.
Feedback